Directions Website

Aonic Laos Contact information, map and directions, contact form, opening hours, services, ratings, photos, videos and announcements from Aonic Laos, Engineering service, 4th Floor, UniqTek Co. , LTD, Vientiane.

✅ ບໍລິການ ແລະ ຈຳໜ່າຍໂດຣນ
✅ ບໍລິການສູນຝຶກສອນການບິນ ແລະ ນຳໃຊ້ໂດຣນ
✅ ບໍລິການວຽກສຳຫຼວດກວດສອບ
✅ ບໍລິການສ້ອມແປງ ແລະ ບຳລຸງຮັກສາ
✅ ບໍລິການໃຫ້ຄຳປຶກສາດ້ານເຕັກນິກ
✅ ບໍລິການອອກໃບທະບຽນໂດຣນ

“All Drone Solution - ຍົກລະດັບວຽກສຳຫຼວດດ້ວຍໂຊລູຊັ່ນຄົບວົງຈອນ”

🌱 ສຳເລັດໂຄງການ | ການຫວ່ານແກ່ນພັນດ້ວຍໂດຣນ ເພື່ອຟື້ນຟູສະພາບແວດລ້ອມເຂດບໍ່ແຮ່ອີກໜຶ່ງໂຄງການທີ່ປະສົບຜົນສຳເລັດ ມອບໂດຍ ເອໂອນິກ ລ...
28/10/2026

🌱 ສຳເລັດໂຄງການ | ການຫວ່ານແກ່ນພັນດ້ວຍໂດຣນ ເພື່ອຟື້ນຟູສະພາບແວດລ້ອມເຂດບໍ່ແຮ່

ອີກໜຶ່ງໂຄງການທີ່ປະສົບຜົນສຳເລັດ ມອບໂດຍ ເອໂອນິກ ລາວ (AONIC Lao)! 🚁

ພວກເຮົາມີຄວາມພາກພູມໃຈທີ່ໄດ້ສຳເລັດການປະຕິບັດງານຫວ່ານແກ່ນພັນພືດດ້ວຍໂດຣນ ເພື່ອສະໜັບສະໜູນການຟື້ນຟູສະພາບແວດລ້ອມໃນເຂດບໍ່ແຮ່, ເຊິ່ງກວມເອົາເນື້ອທີ່ທັງໝົດ 65.92 ເຮັກຕາ ໃນເຂດໜ້າຜາບໍ່ແຮ່ (Pit Wall) ແລະ ເຂດໜອງຕົກຕະກອນ ກິ່ວງິ້ວ (Kew Ngew Settling Pond).
ດ້ວຍການນຳໃຊ້ເຕັກໂນໂລຊີໂດຣນ, ການກະຈາຍແກ່ນພັນສາມາດດຳເນີນໄປໄດ້ຢ່າງມີປະສິດທິພາບສູງ ໃນພື້ນທີ່ຂະໜາດໃຫຍ່ ແລະ ມີຄວາມສັບສົນ, ຊ່ວຍຫຼຸດຜ່ອນການໃຊ້ແຮງງານຄົນເຂົ້າໄປໃນເຂດເນີນສູງຊັນ ຫຼື ພື້ນທີ່ທີ່ເຂົ້າເຖິງຍາກ, ພ້ອມທັງຊ່ວຍໃຫ້ການຫວ່ານຄອບຄຸມພື້ນທີ່ເປົ້າໝາຍໄດ້ຢ່າງເປັນລະບົບ.
ເປັນຫຍັງຈຶ່ງຕ້ອງໃຊ້ໂດຣນໃນການຟື້ນຟູເຂດບໍ່ແຮ່?

✅ ເຂົ້າເຖິງພື້ນທີ່ທີ່ມີຄວາມທ້າທາຍ — ເຂົ້າເຖິງເຂດເນີນພູສູງຊັນ ແລະ ພື້ນທີ່ເຂົ້າເຖິງຍາກ ໄດ້ຢ່າງປອດໄພ ແລະ ມີປະສິດທິພາບກວ່າເກົ່າ.
✅ ຄອບຄຸມພື້ນທີ່ກວ້າງໃຫຍ່ຢ່າງມີປະສິດທິພາບ — ກະຈາຍແກ່ນພັນຄອບຄຸມພື້ນທີ່ກວ້າງຂວາງ ດ້ວຍເສັ້ນທາງການບິນທີ່ກຳນົດໄວ້ ແລະ ຄວບຄຸມປະລິມານການຫວ່ານໄດ້ຢ່າງຊັດເຈນ.
✅ ຫຼຸດຜ່ອນການໃຊ້ແຮງງານຄົນ — ຫຼຸດຜ່ອນການລົງພື້ນທີ່ເຮັດວຽກທີ່ໃຊ້ແຮງງານໜັກ ໃນສະພາບແວດລ້ອມທີ່ມີຄວາມສ່ຽງ ແລະ ທ້າທາຍ.
✅ ຄວາມແມ່ນຍຳ ແລະ ການຄວບຄຸມການປະຕິບັດງານ — ວາງແຜນເສັ້ນທາງການບິນ ແລະ ໃຊ້ບັນທຶກການບິນ GPS ເພື່ອກວດສອບຄວາມຄອບຄຸມຂອງພື້ນທີ່ ພ້ອມທັງສະໜັບສະໜູນການລາຍງານຜົນການເຮັດວຽກໄດ້ຢ່າງຖືກຕ້ອງ.

ທີ່ AONIC Lao, ພວກເຮົາມຸ່ງໝັ້ນທີ່ຈະມອບໂຊລູຊັນໂດຣນທີ່ໃຊ້ງານໄດ້ຕົວຈິງ ເຊິ່ງໄປໄກກວ່າພຽງແຕ່ການບິນປະຕິບັດງານ — ພວກເຮົາພ້ອມສະໜັບສະໜູນບັນດາອຸດສາຫະກຳ ໃນການຍົກລະດັບປະສິດທິພາບການເຮັດວຽກ ແລະ ສົ່ງເສີມການຄຸ້ມຄອງພື້ນທີ່ດິນແບບຍືນຍົງຍິ່ງຂຶ້ນ.
——-
🌱 PROJECT COMPLETED | DRONE SEEDING FOR MINE REHABILITATION

Another successful project delivered by AONIC Lao! 🚁

We are proud to have completed a drone seeding operation to support environmental rehabilitation in a mining area, covering a total of 65.92 hectares across the Pit Wall and Kew Ngew Settling Pond areas.

By leveraging drone technology, seed distribution can be carried out more efficiently across large and challenging terrain, helping reduce the need for manual access to steep or difficult-to-reach areas while enabling systematic coverage of designated zones.

Why use drones for mine rehabilitation?

✅ Access Challenging Terrain — Reach steep slopes and difficult-to-access areas more safely and efficiently.

✅ Efficient Large-Area Coverage — Distribute seeds across extensive areas with planned flight paths and controlled application rates.

✅ Reduced Manual Workload — Minimize labor-intensive ground operations in challenging environments.

✅ Precision & Operational Control — Use planned flight routes and GPS flight logs to support coverage verification and operational reporting.

At AONIC Lao, we are committed to delivering practical drone solutions that go beyond aerial operations — supporting industries in improving operational efficiency and advancing more sustainable land management practices.
—-
AONIC Lao — All Drone Solutions.

📢 ແຈ້ງການປິດພັກ ເຄີ່ງວັນ! ເນື່ອງໃນໂອກາດບຸນຊ່ວງເຮືອປະເພນີ ປະຈຳປີ 2026ບໍລິສັດ ເອໂອນິກ(ລາວ) ຂໍແຈ້ງມາຍັງບັນດາລູກຄ້າ, ຄູ່ຮ່ວມ...
23/10/2026

📢 ແຈ້ງການປິດພັກ ເຄີ່ງວັນ! ເນື່ອງໃນໂອກາດບຸນຊ່ວງເຮືອປະເພນີ ປະຈຳປີ 2026

ບໍລິສັດ ເອໂອນິກ(ລາວ) ຂໍແຈ້ງມາຍັງບັນດາລູກຄ້າ, ຄູ່ຮ່ວມທຸລະກິດ ແລະ ຜູ້ຕິດຕໍ່ປະສານງານທຸກທ່ານ ໃຫ້ຊາບກ່ຽວກັບກຳນົດການປິດພັກ ເນື່ອງໃນໂອກາດວັນບຸນຊ່ວງເຮືອປະເພນີ ປະຈຳປີ 2026

🙏ຈຶ່ງຂໍແຈ້ງມາຍັງທຸກທ່ານເພື່ອຮັບຊາບ ແລະ ກະກຽມແຜນການຕິດຕໍ່ປະສານງານໃຫ້ເໝາະສົມກັບກຳນົດການດັ່ງກ່າວ.

❤️ ຂໍອວຍພອນໃຫ້ທຸກທ່ານ ແລະ ຄອບຄົວ ມີຄວາມສຸກ, ສຸຂະພາບແຂງແຮງ ແລະ ມີຄວາມປອດໄພໃນໄລຍະງານບຸນປະເພນີ.

#ແຈ້ງການພັກ #ບຸນຊ່ວງເຮືອ2026 #ປະເພນີລາວ
---------------------------------------------------------------
📌ລູກຄ້າສາມາດຕິດຕາມຂ່າວສານ, ກິດຈະກຳ ແລະ ໂປໂມຊັ່ນດີໆ ຈາກພວກເຮົາໄດ້ຜ່ານຊ່ອງທາງ:
📬 E-mail : [email protected] // [email protected]
☎️ : 020 5155 8899
FACEBOOK: Aonic (Laos)
---------------------------------------------------------------
ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ຕຶກຢູນິກຊັ້ນ4, ໜ່ວຍ15 ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
https://maps.app.goo.gl/QwLKzKtodi46nhKPA?g_st=ic

🌸✨ ຊົມເຊີຍ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ ຢ່າງສຸດໃຈ! ✨🌸   "ຄູ" ຄືຜູ້ສ້າງຄົນ, ສ້າງຄວາມຮູ້ ແລະ ເປັນແສງສະຫວ່າງນຳທາງ...
07/10/2026

🌸✨ ຊົມເຊີຍ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ ຢ່າງສຸດໃຈ! ✨🌸 "ຄູ" ຄືຜູ້ສ້າງຄົນ, ສ້າງຄວາມຮູ້ ແລະ ເປັນແສງສະຫວ່າງນຳທາງໃຫ້ແກ່ອະນາຄົດຂອງຊາດ.

ບໍລິສັດ AONIC Laos ຂໍສະແດງຄວາມຂໍ່ານັບຊົມເຊີຍ ແລະ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງມາຍັງ ຄູ-ອາຈານ ທຸກໆທ່ານໃນທົ່ວປະເທດ ທີ່ໄດ້ອຸທິດທັງແຮງກາຍ, ແຮງໃຈ ແລະ ສະຕິປັນຍາ ເພື່ອສິດສອນ ແລະ ພັດທະນາຊັບພະຍາກອນມະນຸດຕະຫຼອດມາ. ເນື່ອງໃນໂອກາດວັນຄູແຫ່ງຊາດປີນີ້, ຂໍອວຍພອນໄຊໃຫ້ຄູ-ອາຈານທຸກທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຊີວິດສ່ວນຕົວ ແລະ ປະສົບຜົນສຳເລັດໃນໜ້າທີ່ການງານທຸກປະການ! 💐🤍

#ວັນຄູແຫ່ງຊາດ #7ຕຸລາ #ຄົບຮອບ32ປີ

ພາບບັນຍາກາດເອໂອນິກລາວລົງພື້ນທີ່ໂຕຈິງໃນການສົ່ງມອບ ແລະ ຝືກອົບຮົມການນຳໃຊ້ໂດຣນ DJI Matrice 400 RTK ໃຊ້ຮ່ວມກັບ DJI Zenmuse L3...
06/10/2026

ພາບບັນຍາກາດເອໂອນິກລາວລົງພື້ນທີ່ໂຕຈິງໃນການສົ່ງມອບ ແລະ ຝືກອົບຮົມການນຳໃຊ້ໂດຣນ DJI Matrice 400 RTK ໃຊ້ຮ່ວມກັບ DJI Zenmuse L3 ໃຫ້ກັບ ບໍລິສັດ Italian Thai Hongsa.

ດ້ວຍຄວາມສາມາດການເກັບຂໍ້ມູນ ທີ່ມີຄວາມລະອຽດສູງຈາກ Zenmuse L3 ບວກກັບຄວາມແຂງແກ່ນຂອງ Matrice 400 ຈະຊ່ວຍໃຫ້ວຽກງານສຳຫຼວດ, ຕິດຕາມໂຄງສ້າງ ແລະ ບໍລິຫານຈັດການພື້ນທີ່ຂະໜາດໃຫຍ່ມີຄວາມວ່ອງໄວ, ແນ່ນອນ ແລະ ປອດໄພສູງສຸດ.

Aonic Lao ພ້ອມໃຫ້ບໍລິການໃຫ້ຄຳປຶກສາ, Support ດ້ານເຕັກນິກ ແລະ ຈັດຝຶກອົບຮົມແບບມືອາຊີບໃຫ້ແກ່ທຸກອົງກອນ.
_________________

📬 E-mail : [email protected] // [email protected]
☎️ : 020 5155 8899
Location : https://maps.app.goo.gl/QQ3CCXGYSqU8duAg9?g_st=aw
ຕຶກຢູນິກຊັ້ນ4, ໜ່ວຍ15 ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

#ໂດຣນລາວ #ໂດຣນຖ່າຍພາບ #ໂດຣນສຳຫຼວດ

AONIC LAOS ເປີດຮັບສະໝັກທີມງານ Technical!✅ ມັກເຕັກໂນໂລຊີ ⚙️ ✅ ມັກວຽກ Drone 🔧 AONIC LAOS ກຳລັງຊອກຫາຄົນຮຸ່ນໃໝ່ທີ່ມີຄວາມສົນໃ...
05/10/2026

AONIC LAOS ເປີດຮັບສະໝັກທີມງານ Technical!

✅ ມັກເຕັກໂນໂລຊີ ⚙️
✅ ມັກວຽກ Drone 🔧

AONIC LAOS ກຳລັງຊອກຫາຄົນຮຸ່ນໃໝ່ທີ່ມີຄວາມສົນໃຈດ້ານ Electronics, IT ແລະ Drone Technology ມາຮ່ວມເປັນສ່ວນໜຶ່ງຂອງທີມ Technical ເພື່ອເບິ່ງແຍງ ແລະ ພັດທະນາເຕັກໂນໂລຊີ Drone Enterprise Solutions ສຳລັບວຽກຕົວຈິງໃນຫຼາກຫຼາຍຂະແໜງອຸດສາຫະກຳ.

ຄຸນສົມບັດທີ່ພວກເຮົາຊອກຫາ 👇
🔹 ມີທັກສະດ້ານ Electronics / Electrical / IT ຫຼື ສາຂາທີ່ກ່ຽວຂ້ອງ
🔹 ມີພື້ນຖານດ້ານການສ້ອມແປງ-ບຳລຸງຮັກສາ ຫຼື ອຸປະກອນອີເລັກໂຕຣນິກ
🔹 ຫາກມີປະສົບການດ້ານ Drone / Electronics / IT ຈະໄດ້ຮັບການພິຈາລະນາເປັນພິເສດ
🔹 ສາມາດເຮັດວຽກຮ່ວມກັບທີມງານໄດ້ດີ
🔹 ມີຄວາມຮັບຜິດຊອບສູງ ແລະ ພ້ອມທີ່ຈະຮຽນຮູ້ສິ່ງໃໝ່ໆ
🔹 ສາມາດເດີນທາງໄປເຮັດວຽກນອກສະຖານທີ່ໄດ້
🔹 ຍິນດີຕ້ອນຮັບນັກສຶກສາຈົບໃໝ່ທີ່ມີຄວາມສົນໃຈ ແລະ ພ້ອມຮຽນຮູ້

🚀 ມາຮ່ວມສ້າງອະນາຄົດຂອງ Drone Technology ໄປກັບພວກເຮົາ!
ທີ່ AONIC LAOS ທ່ານຈະໄດ້ຮຽນຮູ້ທັງ
✅ Drone Technology
✅ Electronics
✅ Maintenance
✅ Enterprise Solutions ແລະ ໄດ້ເຮັດວຽກກັບເຕັກໂນໂລຊີລະດັບມືອາຊີບຈາກ DJI Enterprise



📍 ສະຖານທີ່: UnitQtek Building, Xaythany District, Vientiane
📩ສົ່ງ Resume / CV: [email protected]
📩ສົ່ງ Cc: [email protected] :: [email protected]

Phone: +856 20 5155 8899 // +856 20 97 151 533

🚁 DJI FLYCART 100 (FC100) — NOW AVAILABLE IN LAOSຍົກລະດັບການຂົນສົ່ງໃນພື້ນທີ່ເຂົ້າເຖິງຍາກດ້ວຍ DJI FlyCart 100ໂດຣນຂົນສົ່ງລ...
02/10/2026

🚁 DJI FLYCART 100 (FC100) — NOW AVAILABLE IN LAOS

ຍົກລະດັບການຂົນສົ່ງໃນພື້ນທີ່ເຂົ້າເຖິງຍາກດ້ວຍ DJI FlyCart 100

ໂດຣນຂົນສົ່ງລະດັບອຸດສາຫະກຳທີ່ອອກແບບມາເພື່ອຮອງຮັບພາລະກິດ Heavy-Lift Aerial Delivery

💪 High Payload Capacity
ຮອງຮັບນ້ຳໜັກບັນທຸກສູງສຸດເຖິງ 100 kg

⚡ Powerful & Reliable
ອອກແບບສຳລັບພາລະກິດຂົນສົ່ງທີ່ຕ້ອງການປະສິດທິພາບ ແລະ ຄວາມຄ່ອງຕົວ

🌧️ Built for Challenging Environments
ຊ່ວຍຫຼຸດຂໍ້ຈຳກັດຂອງການຂົນສົ່ງພາກພື້ນດິນ ໂດຍສະເພາະພື້ນທີ່ພູດອຍ, ພື້ນທີ່ກໍ່ສ້າງ ແລະ ພື້ນທີ່ທີ່ເຂົ້າເຖິງໄດ້ຍາກ

🎯 Multiple Delivery Solutions
ຮອງຮັບທັງ Winch System ແລະ Dual-Battery Lifting System

ເພື່ອໃຫ້ເໝາະສົມກັບຮູບແບບການຂົນສົ່ງທີ່ຫຼາກຫຼາຍ
ເໝາະສຳລັບອຸດສາຫະກຳ

⛏️ Mining

⚡ Power & Energy
🏗️ Construction
💧 Hydropower
🚨 Emergency & Disaster Response
🌲 Remote Area Logistics

ປ່ຽນການຂົນສົ່ງທີ່ຫຍຸ້ງຍາກ ແລະ ໃຊ້ເວລາດົນ
ໃຫ້ເປັນການຂົນສົ່ງທາງອາກາດທີ່ວ່ອງໄວ ແລະ ມີປະສິດທິພາບ

📢 DJI FlyCart 100 ພ້ອມຈຳໜ່າຍແລ້ວທີ່ AONIC Laos

ຕ້ອງການນຳໃຊ້ FC100 ເຂົ້າໃນໂຄງການຂອງທ່ານ?

📩 ຕິດຕໍ່ AONIC Laos ເພື່ອຮັບຄຳປຶກສາດ້າານ Drone Logistics Solution

AONIC Laos — Drone Enterprise Solution

ພາບບັນຍາກາດເອໂອນິກລາວລົງພື້ນທີ່ໂຕຈິງໃນການຝືກອົບຮົມການນຳໃຊ້ໂດຣນ DJI Matrice 400 RTK ໃຊ້ຮ່ວມກັບDJI Zenmuse L3 ໃຫ້ກັບ ບໍລິສ...
28/09/2026

ພາບບັນຍາກາດເອໂອນິກລາວລົງພື້ນທີ່ໂຕຈິງໃນການຝືກອົບຮົມການນຳໃຊ້ໂດຣນ DJI Matrice 400 RTK ໃຊ້ຮ່ວມກັບDJI Zenmuse L3 ໃຫ້ກັບ ບໍລິສັດ LVT Survey Design and Construction Co., Ltd ເພື່ອນຳໃຊ້ເຂົ້າໃນພາລະກິດສຳຫຼວດ ແລະ ປະເມີນໄພນ້ຳຖ້ວມຕາມສາຍນ້ຳ.

- ດຳເນີນການສຳຫຼວດ ແລະ ເກັບກຳຂໍ້ມູນພູມສັນຖານຕາມແລວນ້ຳເພື່ອສ້າງຖານຂໍ້ມູນສຳລັບການວິເຄາະ ແລະ ປະເມີນຄວາມສ່ຽງຈາກໄພນ້ຳຖ້ວມ.
- ໃຊ້ໂດຣນຮ່ວມກັບກ້ອງໄລ້ດ້າໃນການສຳຫຼວດ ແລະ ເກັບກຳຂໍ້ມູນດ້ວຍ Drone Orthophoto ແລະ LiDAR Point Cloud. ຂໍ້ມູນທີ່ໄດ້ຈະນຳໄປສ້າງແຜນທີ່ພູມສັນຖານ ແລະ ແບບຈຳລອງລະດັບພື້ນທີ່ (DEM/DTM) ເພື່ອວິເຄາະລະດັບນ້ຳຖ້ວມໃນລະດັບຕ່າງໆ.

#ຂໍ້ມູນຫຼັກທີ່ໄດ້ຈາກການສຳຫຼວດ:
- Drone Orthophoto
- LiDAR Point Cloud
- DEM/DTM
----
📬 E-mail : [email protected] // [email protected]
☎️ : 020 5155 8899
Location : https://maps.app.goo.gl/QQ3CCXGYSqU8duAg9?g_st=aw
ຕຶກຢູນິກເທັກຊັ້ນ4, ໜ່ວຍ15 ບ້ານພະຂາວ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

#ໂດຣນລາວ #ໂດຣນຖ່າຍພາບ #ໂດຣນສຳຫຼວດ

22/09/2026

🌾 ເມື່ອໂດຣນກະເສດ ເຂົ້າມາເປັນສ່ວນໜຶ່ງຂອງວຽກກະສິກໍາ
ມາຟັງຈາກປະສົບການຈິງຂອງຜູ້ໃຊ້ ວ່າຮູ້ສຶກແນວໃດ ແລະໂດຣນຊ່ວຍວຽກໄດ້ຫຼາຍປານໃດ? 🚁

________________________

ສໍາຫລັບໃຜທີ່ສົນໃຈ ຫລື ສອບຖາມຂໍ້ມູນກ່ຽວກັບໂດຣນກະເສດ ວຽກງານກະເສດ ວຽກງານEnterprise ສາມມາດຕິດຕໍ່ພວກເຮົາມາໄດ້ເລີຍທີ່:
☎️ ໂທ: +856 20 51 558 899
📬 MAIL: [email protected]

CHCNAV X500 — NOW AVAILABLE IN LAOSຍົກລະດັບວຽກສຳຫຼວດ ແລະ ການເກັບຂໍ້ມູນທາງອາກາດດ້ວຍCHCNAV X500 Professional Multirotor Dr...
16/09/2026

CHCNAV X500 — NOW AVAILABLE IN LAOS

ຍົກລະດັບວຽກສຳຫຼວດ ແລະ ການເກັບຂໍ້ມູນທາງອາກາດດ້ວຍ
CHCNAV X500 Professional Multirotor Drone

ໂດຣນລະດັບ Professional ທີ່ອອກແບບມາສຳລັບວຽດ Surveying, Mapping ແລະ Industrial Applications
🔹 High Payload Capacity — ຮອງຮັບ Payload ສຳລັບວຽກສະເພາະທາງ
🔹 Long Endurance — ພ້ອມສຳລັບພາລະກິດທີ່ຕ້ອງໃຊ້ເວລາປະຕິບັດວຽກ
🔹 High-Precision Positioning — ຮອງຮັບວຽກທີ່ຕ້ອງການຄວາມແມ່ນຊັດເຈນສູງ
🔹 Obstacle Detection & Intelligent Flight Control — ເພີ່ມຄວາມປອດໄພ ແລະ ຄວາມໝັ້ນໃຈໃນການປະຕິບັດງານ
🔹 Payload Compatibility — ຮອງຮັບ CHCNAV Sensors ແລະ Third-Party Payloads

ເໝາະສຳລັບວຽກ
📍 Survey & Mapping
📍 LiDAR Mapping
📍 Mining

CHCNAV X500 ພ້ອມຈຳໜ່າຍແລ້ວທີ່ AONIC Laos

📩 Contact AONIC Laos for Product & Solution Consultation

09/09/2026

ສົ່ງມອບໂຊລູຊັ່ນລະດັບ Flagship ສູ່ໂຄງການ Italian Thai Hongsa!
ບໍລິສັດ ເອໂອນິກ ລາວ (Aonic Lao) ພູມໃຈທີ່ໄດ້ເປັນຜູ້ສະໜອງເທັກໂນໂລຢີການບິນສຳຫຼວດຊັ້ນນຳ DJI Matrice 400 + DJI Zenmuse L3 (LiDAR) ໃຫ້ແກ່ ບໍລິສັດ Italian Thai Hongsa.
ດ້ວຍຄວາມສາມາດການເກັບຂໍ້ມູນ ທີ່ມີຄວາມລະອຽດສູງຈາກ Zenmuse L3 ບວກກັບຄວາມແຂງແກ່ນຂອງ Matrice 400 ຈະຊ່ວຍໃຫ້ວຽກງານສຳຫຼວດ, ຕິດຕາມໂຄງສ້າງ ແລະ ບໍລິຫານຈັດການພື້ນທີ່ຂະໜາດໃຫຍ່ມີຄວາມວ່ອງໄວ, ແນ່ນອນ ແລະ ປອດໄພສູງສຸດ.

Aonic Lao ພ້ອມໃຫ້ບໍລິການໃຫ້ຄຳປຶກສາ, Support ດ້ານເຕັກນິກ ແລະ ຈັດຝຶກອົບຮົມແບບມືອາຊີບໃຫ້ແກ່ທຸກອົງກອນ.
_________________

ສາມາດຕິດຕໍ່ເຮົາໄດ້ທີ່:
☎️ ເບີໂທ: +856 20 51 558 899
📬 E-mail: [email protected]

Address

4th Floor, UniqTek Co. , LTD
Vientiane

Opening Hours

Monday 08:30 - 17:00
Tuesday 08:30 - 17:00
Wednesday 08:30 - 17:00
Thursday 08:30 - 17:00
Friday 08:30 - 17:00

Alerts

Be the first to know and let us send you an email when Aonic Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share