Smart Water Scheduling for Agriculture_Alumni Innovation Grant

Smart Water Scheduling for Agriculture_Alumni Innovation Grant This project is supported by Australian Government to support Australian Alumni to create innovation

28/12/2025

ໂພສນີ້ຈະແນະນຳໃຫ້ທ່ານຮູ້ຈັກ “ນັກອຸທົກກະສາດ ຫຼື ວິສະວະກອນຊັບພະຍາກອນນໍ້າ”💧 ໂດຍເຮົາຈະອະທິບາຍວ່າ ພວກເຂົາແມ່ນໃຜ ແລະ ບົດບາດໜ້າທີ່ຂອງພວກເຂົາປະກອບມີຫຍັງແດ່. ມາເບິ່ງຄວາມຮັບຜິດຊອບຂອງພວກເຂົາໂດຍສັງເຂບນຳກັນເລີຍ:

💧ນັກອຸທົກກະສາດ ຫຼື ວິສະວະກອນຊັບພະຍາກອນນໍ້າ ເຮັດໜ້າທີ່ສຶກສາການໄຫຼຂອງນໍ້າ, ປະລິມານນໍ້າຝົນ ແລະ ພຶດຕິກຳຂອງອ່າງເກັບນໍ້າ ເພື່ອຈັດການຊັບພະຍາກອນນໍ້າຢ່າງມີປະສິດທິພາບ. ພວກເຂົາວາງແຜນການເກັບນໍ້າ, ພະຍາກອນການໄຫຼເຂົ້າ ແລະ ອອກຂອງນໍ້າ ເພື່ອອອກແບບມາດຕະການຄວບຄຸມອຸທົກກະໄພ ແລະ ກຳນົດຕາລາງການຜະລິດໄຟທີ່ເໝາະສົມທີ່ສຸດ ເພື່ອເພີ່ມປະສິດທິພາບການຜະລິດພະລັງງານ ໃນຂະນະທີ່ຍັງຮັບປະກັນຄວາມປອດໄພ ແລະ ຄວາມຍຶນຍົງ.
_____

This post will introduce you to "Hydrologists / Water Resources Engineers"💧, explaining who they are and what their roles entail. Let’s take a brief look at their responsibilities:

💧Hydrologists or Water Resources Engineers study river flow, rainfall, and reservoir behavior to manage water resources effectively. They plan water storage, forecast incoming and outgoing flow for design flood control measures, and develop optimal generation schedules to maximize energy production while ensuring safety and sustainability.

ໂຄງການພວກເຮົາຂໍເປັນສ່ວນໜື່ງໃນການປະກອບສ່ວນໃຫ້ແກ່ສັງຄົມ ໂດຍສະເພາະ ນັກສຶກສາໃນສາຂາຄຸ້ມຄອງຊັບພະຍາກອນນ້ຳ, ຊົນລະປະທານ, ຄຸ້ມຄ້ອງ...
23/09/2025

ໂຄງການພວກເຮົາຂໍເປັນສ່ວນໜື່ງໃນການປະກອບສ່ວນໃຫ້ແກ່ສັງຄົມ ໂດຍສະເພາະ ນັກສຶກສາໃນສາຂາຄຸ້ມຄອງຊັບພະຍາກອນນ້ຳ, ຊົນລະປະທານ, ຄຸ້ມຄ້ອງໄພພິບັດ ແລະ ອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອເຮັດໃຫ້ເຂົາເຈົ້າມີຄວາມພ້ອມໃນການເຂົ້າເຖິງສາຍງານທີ່ເໝາະສົມ ແລະ ສ້າງບຸກຂາລາກອນເຂົ້າໃນຂະແໜງຊັບພະຍາກອນນ້ຳ.

ຂໍຂອບໃຈມາຍັງລັດຖະບານອົດສະຕຣາລີຜ່ານທຶນຂະໜາດນ້ອຍສຳລັບອາດີດນັກສຶກສາລາວ-ອົດສະຕຣາລີທີ່ໃຫ້ຄວາມໄວ້ວາງໃຈ ແລະ ສະໜັບສະໜູນໂຄງການພວກເຮົາໃນການຊ່ວຍເຫຼືອສັງຄົມ.





14/07/2025
08/07/2025

ນັກສຶກສາຈາກຄະນະຊັບພະຍາກອນນໍ້າ ພາຍໃຕ້ການຊຸກຍູ້ ແລະ ສະໜັບສະໜູນໂດຍຂອງໂຄງການຂອງພວກເຮົາໄດ້ມີໂອກາດເຂົ້າຝຶກ ການກູ້ໄພທາງນໍ້າ ຈັດຂຶ້ນໂດຍ ກອງເລຂາຄະນະກໍາມາທິການແມ່ນໍ້າຂອງສາກົນ ສະໜັບສະໜູນໂດຍ ອົງການ GIZ ຮ່ວມກັບສູນຫລຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດຂອງ ສປ ຈີນ ເພື່ອກຽມຮັບມືກັບໄພນ້ຳຖ້ວມ ແລະ ໄພພິບັດທາງທຳມະຊາດ ທີ່ອາດຈະເກີດຂຶ້ນ ຢູ່ ສປປ ລາວ ເຊີ່ງມີຜູ້ຕາງໜ້າຈາກກົມກອງທີ່ກ່ຽວຂ້ອງ ຈາກກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງແຮງງານ ແລະ ສະຫວັດດິການສັງຄົມ ແລະ ພະນັກງານຂະແໜງການທີ່ກ່ຽວຂ້ອງ ຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.

https://www.facebook.com/share/r/1GMSFd85c7/

ເຊີນຊວນນ້ອງນັກສຶກສາເຂົ້າຮຽນຄະນະຊັບພະນາກອນນ້ຳ Faculty of Water Resources, NUOL ,ຄະນະຊັບພະຍາກອນນ້ຳ !ຄະນະດັ່ງກ່າວປະກອບມີຫລາ...
08/07/2025

ເຊີນຊວນນ້ອງນັກສຶກສາເຂົ້າຮຽນຄະນະຊັບພະນາກອນນ້ຳ Faculty of Water Resources, NUOL ,ຄະນະຊັບພະຍາກອນນ້ຳ !

ຄະນະດັ່ງກ່າວປະກອບມີຫລາຍສາຍເຊີ່ງຈະຝຶກໃຫ້ທ່ານກາຍເປັນນັກອຸທົກກະສາດ, ນັກອຸຕຸນິຍົມວິທະຍາ, ນັກວິສະວະກອນນ້ຳ, ນັກວິຊາການອອກແບບຊົນລະປະທານ, ເຂື່ອນ ແລະ ພື້ນຖານໂຄງລາງດ້ານນ້ຳ, ນັກຄຸ້ມຄອງເຂື່ອນ, ນັກພະຍາກອນນ້ຳ, ນັກສ້າງຕົວແບບຈຳລອງດ້ານນ້ຳ, ນັກວິໄຈນ້ຳ ແລະ ອື່ນໆ.

ນັກສຶກສາທີ່ຈົບໃນສາຍນີ້ສາມາດເຮັດວຽກໄດ້ຫລາຍລົງເຂດ ເຊັ່ນ ການພັດທະນາເຂື່ອນໄຟຟ້ານ້ຳຕົກ, ການຄຸ້ມຄອງຊັບພະຍາກອນນ້ຳແບບປະສົມປະສານ, ການຄຸ້ມຄອງ ແລະ ພັດທະນາຊົນລະປະທານ, ການວາງແຜນ ແລະ ອອກແບບຜັງເມືອງ, ການປະປາ, ໂຍທາທິການທາງນ້ຳ, ອຸຕຸນິຍົມ ແລະ ອຸທົກກະສາດ, ການຄຸ້ມຄອງໄພພິບັດ, ການປ່ຽນແປງດິນຟ້າອາກາດ, ການພະຍາກອນໄພນໍ້າຖ້ວມ ແລະ ແຫ້ງແລ້ງ ແລະ ການຄຸ້ມຄອງອ່າງໂຕ່ງ ເຊີ່ງມີໜ່ວຍງານ ຫລື ຫລາຍອົງກອນ ທັງ ພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນຕ້ອງການ ເຊັ່ນ ກົມຊັບພະຍາກອນນ້ຳ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມສັງຄົມສົງເຄາະ, ກົມຊົນລະປະທານ ກົມນໍ້າປະປາ, ກົມທາງນໍ້າ, ກົມພະລັງງານ, ອົງການ Mekong River Commission , UNDP Lao PDR, World Bank Laos - ທະນາຄານໂລກ, UniqTek Co., LTD, ລັດວິສະຫະກິດນ້ຳປະປາລາວ, ບໍລິສັດຜະລິດໄຟຟ້າລາວມະຫາຊົນ ແລະ ບັນດາໂຄງການເຂື່ອນໄຟຟ້າຕ່າງໆໃນຂອບເຂດທົ່ວປະເທດ.

ພວກເຮົາຍິນດີໃຫ້ຄຳແນະນຳ ແລະ ປຶກສາ. ສາມາດຝາກເບີໄວ້ ແລະ ພວກເຮົາຈະຕິດຕໍ່ກັບໄປ ຫຼື ທັກທ້າຍຫາພວກເຮົາໄດ້. ທຸກຢ່າງຟຮີ ແລະ ບໍ່ເສຍເງິນແຕ່ຢ່າງໃດ ກໍ່ໃຫ້ພຽງໃຈມັກ ແລະ ມີແຮງບັນດານໃຈໃນການຕັ້ງໃຈຮໍ່າຮຽນ ແລະ ພັດທະນາຕົນເອງ.

ເບີຕິດຕໍ່: 020 58 544 414, 02029899974

02/06/2025

Young people should be at the forefront of global change and innovation. Empowered, they can be key agents for development and peace.





ນັກສຶກສາຄະນະຊັບພະຍາກອນນ້ຳ ແລະ ນັກສຶກສາຈາກພາກສ່ວນອື່ນຈຳນວນໜື່ງໄດ້ມີໂອກາດໄປທັດສະນະທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UND...
02/06/2025

ນັກສຶກສາຄະນະຊັບພະຍາກອນນ້ຳ ແລະ ນັກສຶກສາຈາກພາກສ່ວນອື່ນຈຳນວນໜື່ງໄດ້ມີໂອກາດໄປທັດສະນະທີ່ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ເຊີ່ງໄດ້ຮຽນຮູ້ກ່ຽວກັບວຽກງານ ແລະ ໂຄງການທີ່ອົງການ UNDP Lao PDR ໄດ້ຈັດຕັ້ງປະຕິບັດໜ້າວຽກທີ່ຕິດພັນກັບການຄຸ້ມຄອງຊັບພະຍາກອນທຳມະຊາດ, ການສ້າງຄວາມທົນທານຕໍ່ກັບສະພາບອາກາດ ແລະ ອື່ນໆ. ນອກຈາກນີ້ໄດ້ມີໂອກາດຮຽນຮູ້ກ່ຽວກັບໂຄງການທີ່ຕິດພັນກັບນ້ຳໂດຍສະເພາະໂຄງການການຄຸ້ມຄອງນ້ຳແບບປະສົມປະສານ ແລະ ການປັບຕົວຕໍ່ກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໂດຍການໃຊ້ວິທີການທາງດ້ານລະບົບນິເວດ. ພິເສດນ້ອງນັກສຶກສາຍັງໄດ້ມີໂອກາດເຂົ້າພົບຜູ້ປະສານງານອົງການສະຫະປະຊາຊາດປະຈຳ ສປປ ລາວ ເຊີ່ງໄດ້ຮັບການໂອ້ລົມ ແລະ ໃຫ້ຄຳຊີ້ແນະ ເຊີ່ງເປັນແຮງບັນດານໃຈໃຫ້ແກ່ນັກສຶກສາໃນການຊອກຮູ້ຮໍ່າຮຽນ ແລະ ກາຍເປັນວິຊາການສະເພາະດ້ານໃນອານາຄົດ.

ການທັດສະນະຮຽນຮູ້ ແລະ ແລກປ່ຽນປະສົບການໃນຄັ້ງນີ້ຖືເປັນກິດຈະກຳໜື່ງຂອງໂຄງການອານາຄົດໄວໜຸ່ມດ້ານນ້ຳ ພາຍໃຕ້ການສະໜັບສະໜູນອົດສະຕຣາລີຜ່ານທຶນຂະໜາດນ້ອຍສຳລັບອາດີດນັກສຶກສາລາວ-ອົດສະຕຣາລີ.

ພວກເຮົາຂໍຂອບໃຈມາຍັງທີມງານ UNDP Lao PDR. ສິ່ງສຳຄັນໄປໃສ ພວກເຮົາກະໄດ້ພົບອາດີດນັກສຶກສາລາວ-ອົດສະຕຣາລີ ແລະ ອາດີດນັກສຶກສາຈາກຄະນະຊັບພະຍາກອນນ້ຳ (ຕາດທອງ).





ນັກສຶກສາຄະນະຊັບພະຍາກອນນ້ຳພາຍໃຕ້ໂຄງການອານາຄົດໄວໜຸ່ມດ້ານນ້ຳໄດ້ມີໂອກາດໄປທັດສະນະສຶກສາຢູ່ໂຮງງານຜະລິດນ້ຳປະປາເກົ່າລ້ຽວເຊີ່ງຖືເປ...
02/06/2025

ນັກສຶກສາຄະນະຊັບພະຍາກອນນ້ຳພາຍໃຕ້ໂຄງການອານາຄົດໄວໜຸ່ມດ້ານນ້ຳໄດ້ມີໂອກາດໄປທັດສະນະສຶກສາຢູ່ໂຮງງານຜະລິດນ້ຳປະປາເກົ່າລ້ຽວເຊີ່ງຖືເປັນການຮຽນຮູ້ຂະບວນການຜະລິດນ້ຳປະປາຕົວຈິງເລີ່ມແຕ່ຈາກການດູດນ້ຳຂຶ້ນມາຜະລິດ, ຜ່ານຂັ້ນຕອນດ້ານເຄມີ ແລະ ກັ່ນຕ່ອງ ຈົນຮອດການແຈກຢາຍນ້ຳປະປາສູ່ຄົວເຮືອນຕ່າງໆ. ນອກຈາກນີ້, ຍັງເຫັນພາບສາຍການເຮັດວຽກໜື່ງໃນຂົງເຂດຊັບພະຍາກອນນ້ຳ.

ຂໍຂອບໃຈລັດຖະບານອົດສະຕຣາລີຜ່ານທຶນຂະໜາດນ້ອຍສຳລັບອາດີດນັກສຶກສາລາວ-ອົດສະຕຣາລີທີ່ສະໜັບສະໜູນກິດຈະກຳດີໆດັ່ງກ່າວ. ພ້ອມທັງ ຂໍຂອບໃຈຄະນະຊັບພະຍາກອນນ້ຳໃນການສະໜັບສະໜູນ, ຊຸກຍູ້ການທັດສະນະສຶກສາດັ່ງກ່າວ.





Address

Vientiane

Telephone

+8562058544414

Website

Alerts

Be the first to know and let us send you an email when Smart Water Scheduling for Agriculture_Alumni Innovation Grant posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Smart Water Scheduling for Agriculture_Alumni Innovation Grant:

Share