Asean-China Future Industry Connect

Asean-China Future Industry Connect ASEAN-CHINA Future Industry Connect Official Trade and Innovation Exposition 2025 (ACITI)

25/12/2025
ໃນທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ການຖະແຫຼງຂ່າວ ງານເຊື່ອມໂຍງອຸດສາຫະກຳ, ເສດຖະກິດ ແລະ ການຄ້າ ອາຊຽນ-ຈີນ 2026 ໄດ້ຈົບລົງຢ່າງງົ...
05/12/2025

ໃນທ້າຍເດືອນພະຈິກ 2025 ທີ່ຜ່ານມາ, ການຖະແຫຼງຂ່າວ ງານເຊື່ອມໂຍງອຸດສາຫະກຳ, ເສດຖະກິດ ແລະ ການຄ້າ ອາຊຽນ-ຈີນ 2026 ໄດ້ຈົບລົງຢ່າງງົດງາມ ແລະ ໄດ້ຮັບຄວາມສົນໃຈຈາກບັນດາວິສາຫະກິດໃນແຂວງອານຮຸຍຢ່າງຫຼວງຫຼາຍ.
ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນເຈົ້າພາບໂດຍສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ຮ່ວມກັບ ບໍລິສັດ BrightChoice ຈຳກັດ ແລະ ບັນດາຄູ່ຮ່ວມງານ. ຄະນະຜູ້ແທນຈາກ ສ ປປ ລາວ 13 ທ່ານ, ປະກອບມີຕົວແທນລັດຖະບານ ແລະ ທຸລະກິດ, ຊຶ່ງນຳພາໂດຍ ທ່ານນາງ ມະນີຈັນ ສອນຄຳໄຊ, ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ, ສະຖານທູດລາວ ປະຈຳ ສປ ຈີນ; ທ່ານ ຫວ່າງໃຈ ຫວ່າງ, ຮອງກົມສົ່ງເສີມຈຸນລະວິສາຫະກິດ ແລະ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ; ແລະ ທ່ານ ທະນູສອນ ພົນອາມາດ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ.
ກອງປະຊຸມດັ່ງກ່າວໄດ້ຮັບການຊີ້ນຳຈາກພະນັກງານລະດັບສູງຂອງພະແນກການຕ່າງໆ ຂອງ ແຂວງອານຮຸຍ ລວມທັງ ພະແນກການຕ່າງປະເທດຂອງ ແຂວງອານຮຸຍ ແລະ ສະພາອຸດສາຫະກຳ ແລະ ການຄ້າແຂວງອານຮຸຍ, ພ້ອມກັນນັ້ນກໍໄດ້ຮັບການຊີ້ນຳຈາກຫ້ອງການຕ່າງປະເທດຂອງນະຄອນເຫີເຟີຍ. ກອງປະຊຸມດັ່ງກ່າວໄດ້ດຶງດູດຜູ້ເຂົ້າຮ່ວມ ຈາກ 80 ວິສາຫະກິດ ທົ່ວແຂວງອານຮຸຍ ຈາກຂະແໜງການຕ່າງໆເຊັ່ນ: ພະລັງງານໃໝ່, ເສດຖະກິດດີຈີຕອນ, ລະບົບຂົນສົ່ງຂ້າມຊາຍແດນ ແລະ ວັດທະນະທຳ-ການທ່ອງທ່ຽວ, ບັນດາວິສາຫະກິດເຫຼົ່ານີ້ກຳລັງຊອກຫາຄວາມເປັນໄປໄດ້ໃໝ່ໆ ສຳລັບການຮ່ວມມືລະຫວ່າງອານຮຸຍ ແລະ ລາວ.
ວາລະທຳອິດຂອງການເປີດງານ ທ່ານນາງ ມະນີຈັນ ສອນຄຳໄຊ ໄດ້ກ່າວຄຳເຫັນ. ທ່ານໄດ້ສະທ້ອນເຖິງມິດຕະພາບດັ້ງເດີມ ແລະ ຜົນງານການຮ່ວມມືໃນໄລຍະຜ່ານມາຂອງຈີນ ແລະ ລາວ, ໂດຍສະເພາະແມ່ນໄດ້ເນັ້ນໃສ່ຄວາມສຳຄັນຂອງວັນຄົບຮອບ 65 ປີ ແຫ່ງການສ້າງຄວາມສຳພັນທາງການທູດໃນປີ 2026. ທ່ານໄດ້ເນັ້ນໃສ່ຄວາມພະຍາຍາມຢ່າງຕໍ່ເນື່ອງຂອງລາວໃນການສ້າງສະພາບແວດລ້ອມການລົງທຶນທີ່ເປັນມິດເພີ່ມຂຶ້ນສຳລັບບັນດາວິສາຫະກິດໂດຍຜ່ານມາດຕະການຕ່າງໆ ເຊັ່ນ: ການປັບປຸງການເຂົ້າເຖິງຕະຫຼາດ ແລະ ການປະຕິບັດຂັ້ນຕອນການອະນຸມັດໃຫ້ມີປະສິດທິພາບ. ທ່ານໄດ້ສະແດງຄວາມຫວັງ ຕໍ່ກັບ ງານເຊື່ອມໂຍງອຸດສາຫະກຳ, ເສດຖະກິດ ແລະ ການຄ້າອາຊຽນ-ຈີນ 2026 ນີ້ ຈະເປັນຈຸດເລີ່ມຕົ້ນເພື່ອຍົກລະດັບການຮ່ວມມືສອງຝ່າຍໃຫ້ສູງຂຶ້ນໄປອີກ.
ທ່ານ ຫວາງ ເນຍປາວ, ສະມາຊິກພັກແຂວງ ແລະ ຮອງພະແນກການຕ່າງປະເທດແຂວງອານຮຸຍ, ໄດ້ອະທິບາຍລາຍລະອຽດເພີ່ມເຕີມກ່ຽວກັບບໍລິບົດ ແລະ ຂໍ້ໄດ້ປຽບຂອງການຮ່ວມມືອານຮຸຍ-ລາວ ຈາກມຸມມອງຍຸດທະສາດຕ່າງໆ ລວມທັງການພັດທະນາຢ່າງຮອບດ້ານຂອງສາມຫຼ່ຽມປາກແມ່ນ້ຳແຢງຊີ ແລະ ການກໍ່ສ້າງເຂດເສດຖະກິດພິເສດອານຮຸຍ.
ທ່ານ ທະນູສອນ ພົນອາມາດ, ຮອງປະທານ LNCCI, ໄດ້ເນັ້ນໃສ່ທ່າແຮງດ້ານການລົງທຶນຂອງລາວ, ໂດຍໃຫ້ລະອຽດກ່ຽວກັບນະໂຍບາຍສະເພາະໃນຂົງເຂດການລົງທຶນຕ່າງໆ ເຊັ່ນ: ສ່ວນຫຼຸດພາສີ ແລະ ການນຳໃຊ້ທີ່ດິນ. ທ່ານໄດ້ຊີ້ໃຫ້ເຫັນວ່າ, ໃນຖານະທີ່ສະພາການຄ້າເປັນຄະນະຈັດງານ “ງານເຊື່ອມໂຍງອຸດສາຫະກຳ ເສດຖະກິດ ແລະ ການຄ້າອາຊຽນ-ຈີນ 2026” LNCCI ຈະນຳໃຊ້ຊັບພະຍາກອນຈາກສະມາຄົມທຸລະກິດອາຊຽນຕ່າງໆ ເພື່ອຊ່ວຍສ້າງການພົວພັນທີ່ມີປະສິດທິພາບລະຫວ່າງຄູ່ຄ້າໃຫ້ແກ່ບັນດາວິສາຫະກິດທີ່ເຂົ້າຮ່ວມ. ທ່ານໄດ້ສະແດງຄວາມປາດຖະໜາວ່າການຈັດງານຄັ້ງນີ້ຈະກາຍເປັນ “ຂົວສຳຄັນ” ສຳລັບບັນດາວິສາຫະກິດຈີນທີ່ສົນໃຈເຂົ້າໄປໃນຕະຫຼາດອາຊຽນ, ແລະ ສົ່ງຕໍ່ຄວາມຕັ້ງໃຈທີ່ເຂັ້ມແຂງຂອງຊຸມຊົນທຸລະກິດລາວໃນການເຊື່ອມໂຍງການຮ່ວມມືອຸດສາຫະກຳກັບຄູ່ຄ້າອານຮຸຍ.
ທ່ານ ເກີ ເວິນເຊິງ, ຮອງສະພາອຸດສາຫະກຳ ແລະ ການຄ້າແຂວງອານຮຸຍ, ໄດ້ເປັນກຳລັງໃຈໃຫ້ວິສາຫະກິດຈີນເພື່ອຄວ້າໂອກາດຈາກຂອບນະໂຍບາຍ RCEP ແລະ ວັນຄົບຮອບ 65 ປີ ແຫ່ງການສ້າງຄວາມສຳພັນທາງການທູດຈີນ-ລາວ. ທ່ານໄດ້ກະຕຸ້ນໃຫ້ບັນດາວິສາຫະກິດເສີມສ້າງກຳລັງເຂົ້າໄປໃນລະບົບຕ່ອງໂສ້ການຜະລິດຂອງອາຊຽນ ເພື່ອບັນລຸເປົ້າໝາຍ “ການຂະຫຍາຍຕົວຮ່ວມກັນໃນສາກົນ ແລະ ການພັດທະນາທີ່ເປັນປະໂຫຍດຮ່ວມກັນ.”
ວາລະທີ ສອງ ແມ່ນການນຳສະເໜີ ຂອງ ທ່ານ ມະນິດໂຕ ພົມໂພທິ, ຮອງເລຂາທິການຂອງ LNCCI, ໄດ້ສະເໜີລາຍງານເປັນພາສາຈີນທີ່ຄ່ອງແຄ້ວ. ທ່ານໄດ້ຍົກເອົາແຜນການຄວາມຄືບໜ້າໃນການກໍ່ສ້າງເຂດອຸດສາຫະກຳຕາມທາງລົດໄຟລາວ-ຈີນ, ແຜນການພັດທະນາໂຄງການພະລັງງານໃໝ່ (ແສງຕາເວັນ ແລະ ພະລັງງານນ້ຳ) ແລະ ມາດຕະການອຳນວຍຄວາມສະດວກດ້ານການຄ້າຂ້າມຊາຍແດນ, ໃຫ້ຄຳແນະນຳທີ່ຊັດເຈນສຳລັບວິສາຫະກິດຈີນໃນການສົມທົບກັບຄວາມຕ້ອງການດ້ານອຸດສາຫະກຳໃຫ້ຖືກຕ້ອງ.
ຕໍ່ມາ, ນາງ ອາລຸນກອນ ອຸດສາ, ຜູ້ອຳນວຍການດ້ານການຂາຍ ແລະ ການຕະຫຼາດຂອງກຸ່ມໂຮງແຮມສຸພັດຕາ, ໄດ້ເນັ້ນໃສ່ໂຄງການທີ່ດີເລີດຕ່າງໆ ເຊັ່ນ: ໂຄງການວັດທະນະທຳ-ການທ່ອງທ່ຽວຫຼວງພະບາງ ແລະ ນຳສະເໜີທ່າແຮງໃນການຮ່ວມມືພາຍໃນອຸດສາຫະກຳວັດທະນະທຳ ແລະ ການທ່ອງທ່ຽວຂອງລາວ.
ການສ້າງເວທີການຮ່ວມມືອາຊຽນ ໄດ້ມີການສະເໜີຄຳປາໄສທີ່ສຳຄັນໂດຍ ທ່ານ ຕິ່ງ ອີ້, ຮອງປະທານກຸ່ມ ບໍລິສັດ ໄບຣຊອຍ (BrightChoice) ແລະ ປະທານສະມາຄົມທຸລະກິດສາມຫຼ່ຽມປາກແມ່ນ້ຳແຢງຊີ-ລາວ (ຢູ່ໃນຂັ້ນລົງທະບຽນ). ລາວໄດ້ແນະນຳ “ງານເຊື່ອມໂຍງອຸດສາຫະກຳ ເສດຖະກິດ ແລະ ການຄ້າອາຊຽນ 2026” ຕາມກຳນົດການໃນເດືອນພຶດສະພາ 2026, ງານວາງສະແດງຈະມີສອງເນື້ອໃນຫຼັກ: ເຂດນະວັດຕະກຳວິທະຍາສາດ-ເຕັກໂນໂລຢີ ແລະ ການຄ້າຂ້າມຊາຍແດນ. ເຊິ່ງຈະມີກອງປະຊຸມປິ່ນອ້ອມຫຼາຍຫົວຂໍ້ສຳລັບວິສາຫະກິດຈີນເພື່ອເຊື່ອມໂຍງກັບປະເທດອາຊຽນ, ງານລ້ຽງຕອນຄ່ຳ (GALA Dinner), ແລະ ການຢ້ຽມຊົມບັນດາໂຄງການໃນເຂດເສດຖະກິດພິເສດຂອງ ສປປ ລາວ, ເພື່ອເປັນເວທີການຮ່ວມມືຢ່າງຄົບວົງຈອນສຳລັບວິສາຫະກິດຈີນໃນການ “ເຊື່ອມໂຍງກັບອາຊຽນໂດຍກົງ ແລະ ບັນລຸການປະສານງານທີ່ຖືກຕ້ອງ.” ລາວໄດ້ເຊື້ອເຊີນບັນດາບໍລິສັດທີ່ມີຊື່ສຽງຂອງແຂວງໃຊ້ໂອກາດນີ້ເພື່ອ “ການຂະຫຍາຍຕົວຮ່ວມກັນ”, ເພື່ອຊອກຫາຕະຫຼາດອາຊຽນ ແລະ ສຳຫຼວດໂອກາດທຸລະກິດທີ່ຕ່າງປະເທດ.
ວາລະສຸດທ້າຍຂອງກອງປະຊຸມ ແມ່ນວາລະຖາມຕອບເພື່ອໄຂຂໍ້ຂອງໃຈຂອງຜູ້ເຂົ້າຮ່ວມ ຕໍ່ກັບ “ງານເຊື່ອມໂຍງອຸດສາຫະກຳ ເສດຖະກິດ ແລະ ການຄ້າອາຊຽນ 2026” ແລະ ຕະຫຼາດອາຊຽນ, ໂດຍສຸມໃສ່ທິດທາງອຸດສາຫະກຳ, ຄຳແນະນຳດ້ານນະໂຍບາຍ, ແລະ ການບໍລິການລົງທຶນ. ທ່ານ ຫວ່າງໃຈ ຫວ່າງ, ທ່ານ ອູ ຟານ, ທ່ານ ຕິ່ງ ອີ້, ແລະ ທ່ານ ມະນິດໂຕ ພົມໂພທິ ໄດ້ໃຫ້ຄຳຕອບລາຍລະອຽດຕໍ່ຄວາມກັງວົນຂອງບໍລິສັດ.
ງານເຊື່ອມໂຍງອຸດສາຫະກຳ ເສດຖະກິດ ແລະ ການຄ້າອາຊຽນ 2026 ນີ້ ຈະເປັນຂີດໝາຍສໍາຄັນໃນການການຮ່ວມມືຢ່າງເລິກເຊິ່ງແລະເປັນຈິງ ລະຫວ່າງຈີນ ແລະ ລາວ ຊຶ່ງໄດ້ເນັ້ນໃສ່ມູນຄ່າທີ່ແທ້ຈິງ ແລະ ຜົນປະໂຫຍດຮ່ວມກັນ ເພື່ອສະເຫຼີມສະຫຼອງວັນຄົບຮອບ 65 ປີ ແຫ່ງການສ້າງຄວາມສຳພັນທາງການທູດຈີນ-ລາວ.

In the end of November, 2025, Anhui Enterprises Set Sail, Forging Shared Success with ASEAN — 2025 Laos Economic, Trade ...
05/12/2025

In the end of November, 2025, Anhui Enterprises Set Sail, Forging Shared Success with ASEAN — 2025 Laos Economic, Trade and Investment Cooperation Promotion Conference Concludes with Success

The conference was hosted by the Lao National Chamber of Commerce and Industry (LNCCI) and jointly organised by the BrightChoice Group with Its Partnerships to Promote the ASEAN-China Future Industry Connect Trade & Innovation 2026.
A distinguished Lao delegation of 13 members, comprising government and business representatives, was led by Madam Manichanh Sonekhamxay, Economic and Commercial Counsellor of the Lao Embassy in China; Mr. Vangchai Vang, Deputy Director-General of the SME Promotion under the Lao Ministry of Industry and Commerce; and Mr. Thanousone Phon-Amat, Vice President of the LNCCI.

The event received guidance from senior officials of departments including the Foreign Affairs Office of Anhui Provincial People's Government and the Anhui Provincial Federation of Industry and Commerce, as well as the Foreign Affairs Office of Hefei Municipal People's Government. It attracted participation from over 80 enterprise representatives from across Anhui Province, spanning sectors such as new energy, digital economy, cross-border logistics, and cultural tourism, all keen to explore fresh opportunities for collaboration between Anhui and Laos.

Charting a New Chapter in Collaboration

During the opening addresses, Madam Manichanh Sonekhamxay spoke first. She reflected upon the traditional friendship and recent cooperative achievements between China and Laos, notably highlighting the significance of the 65th anniversary of diplomatic relations in 2026. She emphasized Laos's ongoing efforts to cultivate a more favorable investment climate for Anhui enterprises through measures like optimizing market access and streamlining approval processes. She expressed her hope that this promotion conference would serve as a springboard to elevate bilateral cooperation to new heights.

Mr. Wang Nianbao, Member of the Leading Party Members' Group and Deputy Director-General of the Foreign Affairs Office of Anhui Provincial People's Government, elaborated on the context and advantages of Anhui-Laos cooperation from strategic perspectives including the integrated development of the Yangtze River Delta and the construction of the Anhui Pilot Free Trade Zone.

Mr. Thanousone PhonAmat, Vice President of the LNCCI, underscored Laos's investment potential, detailing preferential policies in areas such as tax incentives and land use. He noted that, as the host unit for the "2026 ASEAN Economic and Trade Expo," the LNCCI would leverage resources from various ASEAN business associations to facilitate precise partner matching for participating Anhui enterprises. He expressed his desire for this event to become a "bridgehead" for Anhui enterprises entering ASEAN markets, conveying the strong willingness of the Lao business community to deepen industrial cooperation with Anhui counterparts.

Mr. Ge Wensheng, Second-Level Inspector of the Anhui Provincial Federation of Industry and Commerce, encouraged Anhui enterprises to seize the dual opportunities presented by the RCEP policy dividends and the 65th anniversary of China-Laos diplomatic relations. He urged them to actively integrate into the ASEAN industrial chain to achieve "collective global expansion and mutually beneficial development."

Precisely Aligning with Industrial Demands

During the presentation session, Mr. Manitto Phomphoti, Deputy Secretary-General of the LNCCI, delivered a detailed briefing in fluent Chinese. He outlined the progress in logistics park construction along the China-Laos Railway, development plans for new energy (solar and hydro) projects, and cross-border trade facilitation measures, providing clear guidance for Anhui enterprises to precisely align with industrial needs.

Subsequently, Ms. Alounkone OUTSA, Director of Sales and Marketting of Souphattra Hotel Group, highlighted premium projects such as the Luang Prabang Cultural Tourism Complex and the Mekong River Ecological Tourism Belt, showcasing the cooperative potential within Laos's cultural and tourism industries.

Establishing an ASEAN Cooperation Platform

A core segment of the conference featured a keynote presentation by Mr. Ding Yi, Vice Chairman of the BrightChoice Group and Head of the Lao Yangtze River Delta Representative Office (in preparation). He introduced the "2026 ASEAN-China Economic Trade and Innovation Expo & Anhui Enterprises Global Expansion Summit Forum." Scheduled for May 2026, the Expo will feature two core exhibition zones: the Anhui Sci-Tech Innovation Zone and the Cross-Border Trade Matchmaking Zone. It will be complemented by thematic forums for Anhui enterprises to engage with ASEAN nations, closed-door government-business dinners, and on-site project inspections, comprehensively establishing a cooperation platform for Anhui enterprises to "engage directly with ASEAN and achieve precise matchmaking." He cordially invited provincial enterprises to leverage this opportunity for "collective expansion," to deeply cultivate the ASEAN market and explore overseas business prospects.

Pragmatic Exchange for Shared Development

During the interactive dialogue session, participating enterprises posed questions to the distinguished guests concerning the "2026 ASEAN Economic and Trade Expo" and the ASEAN market, focusing on industrial directions, policy guidance, and landing services. Mr. Vangchai Vang, Mr. Wu Fan (Founder of the Haipai Hua Shang Global Entrepreneurs Club), Mr. Ding Yi, and Mr. Manitto Phomphoti provided detailed responses to the enterprises' concerns.
This conference served as a significant initiative to deepen practical China-Laos cooperation and support Anhui enterprises' global expansion. It highlighted the substantial value of industrial complementarity and mutual benefit while solidifying the foundation for supporting corporate internationalisation.

Following the conference, the Bright Choice Group, will take a leading role in advancing the follow-up cooperation consensus and accelerating preparations for the 2026 ASEAN-China Expo and Summit Forum. The Group remains dedicated to supporting Anhui enterprises in exploring the ASEAN market through integrated, full-chain services, contributing fruitful outcomes to celebrate the 65th anniversary of China-Laos diplomatic relations, and supporting the high-quality development of Anhui's international engagement.

27/08/2025

Dear Exhibitors & Visitors

Welcome to LAOS |ASEAN – CHINA FUTURE INDUSTRY CONNECT TRADE AND INOVATION 2025 (ACITI 2025)

Thank you for your valued support of the LAOS |ASEAN – CHINA FUTURE INDUSTRY CONNECT TRADE AND INOVATION 2025 (ACITI 2025). It is important to us that your participation in the event is successful.

12/08/2025

The ASEAN–China Future Industry Connect: Official Trade & Innovation Expo is a pioneering platform designed to accelerate cross-border trade, investment, and innovation collaboration between ASEAN member states and China. As global supply chains shift and digital transformation reshapes industries, ASEAN and China stand at the forefront of defining the future of regional economic integration.

Address

Lao National Convention Center
Vientiane
00010

Alerts

Be the first to know and let us send you an email when Asean-China Future Industry Connect posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share