Lao Smart Home & Farming

Lao Smart Home & Farming Sale and install smart home and farming equipment, solar cell system.

ຂອບໃຈທ່ານ ບຸນຍາເດດ ສີຫາວົງ ທີ່ໃຊ້ບໍລິການລະບົບຫົດຜັກ ແລະ ຕົ້ນໄມ້ຜ່ານໂທລະສັບມືຖື ສາມາດເປີດໄດ້4ໂຊນ ແລະຕັ້ງເວລາຫົດໄດ້ ບໍ່ຈໍາ...
02/06/2022

ຂອບໃຈທ່ານ ບຸນຍາເດດ ສີຫາວົງ ທີ່ໃຊ້ບໍລິການລະບົບຫົດຜັກ ແລະ ຕົ້ນໄມ້ຜ່ານໂທລະສັບມືຖື ສາມາດເປີດໄດ້4ໂຊນ ແລະຕັ້ງເວລາຫົດໄດ້ ບໍ່ຈໍາກັດ, ເຖິງເນັດລຸດແຕ່ກໍ່ເປີດຕາມເວລາທີ່ກໍານົດໄວ້ເພາະຂໍ້ມູນຖືກບັນທຶກໄວ້ໃນເຄື່ອງແລ້ວBounyadeth Syhavong

ຂອບໃຈທ່ານ ປາລີ ທີ່ໃຊ້ບໍລິການ ເຄື່ອງວັດແທກການໃຊ້ກະແສໄຟ 3 ເຟສ ແລະ ຄິດໄລ່ເປັນເງິນສາມາດເບິ່ງແບບອອນໄລໄດ້ ແລະ ເຄື່ອງຕັ້ງເວລາປິ...
28/05/2022

ຂອບໃຈທ່ານ ປາລີ ທີ່ໃຊ້ບໍລິການ ເຄື່ອງວັດແທກການໃຊ້ກະແສໄຟ 3 ເຟສ ແລະ ຄິດໄລ່ເປັນເງິນສາມາດເບິ່ງແບບອອນໄລໄດ້ ແລະ ເຄື່ອງຕັ້ງເວລາປິດເປີດຫມໍ້ນໍ້າອຸ່ນ ຜ່ານມືຖືໄດ້

 #ລະບົບແຈ້ງເຕືອນແກສຮົ່ວ ແລະ ຄວາມຮ້ອນ ຫລື ໄຟໄຫມ້ ສາມາດຕັ້ງຄ່າລະດັບຄວາມເຂັ້ມຂົ້ນຂອງອາຍແກສຮົ່ວ ແລະ ອຸນນະພູມ ແລະ ແຈ້ງໄປຫາແອ໊...
25/05/2022

#ລະບົບແຈ້ງເຕືອນແກສຮົ່ວ ແລະ ຄວາມຮ້ອນ ຫລື ໄຟໄຫມ້ ສາມາດຕັ້ງຄ່າລະດັບຄວາມເຂັ້ມຂົ້ນຂອງອາຍແກສຮົ່ວ ແລະ ອຸນນະພູມ ແລະ ແຈ້ງໄປຫາແອ໊ປ ແລະ ສົ່ງຂໍ້ຄວາມໄປຫາ line ອັດຕະໂລມັດ ແລະ ໃນໂຕເຄື່ອງກໍ່ມີສຽງແຈ້ງເຕືອນດັງຂຶ້ນ.

ບ້ານເຂົາມີ application ຂໍ້ມູນນໍ້າບາດານຢ່າງລະອຽດ, ສາມາດຄົ້ນຫາພື້ນທີ່ນໍ້າບາດານທົ່ວປະເທດກ່ອນທີ່ຈະເຈາະ, ເລິກຈັກແມັດ,ປະລິມານນ...
05/05/2022

ບ້ານເຂົາມີ application ຂໍ້ມູນນໍ້າບາດານຢ່າງລະອຽດ, ສາມາດຄົ້ນຫາພື້ນທີ່ນໍ້າບາດານທົ່ວປະເທດກ່ອນທີ່ຈະເຈາະ, ເລິກຈັກແມັດ,ປະລິມານນໍ້າ,ຄຸນະພາບນໍ້າ, ແຖມຍັງບອກຕົ້ນທຶນອຸປະກອນ ແລະ ການເຈາະ ແລະ ຂໍ້ມູນລະອຽດອື່ນໆ ເຊັ່ນ ຄວາມຮູ້ກ່ຽວກັບນໍ້າບາດານ, ກົດລະບຽບ ແລະ ວິທີດູແລຮັກສາ ແລະ ອື່ນໆ... ຫລາຍຢ່າງ ຊຶ່ງມັນເປັນປະໂຫຍດຫລາຍໃຫ້ແກ່ປະຊາຊົນ( ບ້ານເຮົາຄວນເອົາເປັນແບບຢ່າງ) ແອ໊ປ:

App Badan4thaiสำรวจน้ำบาด ก่อนเจาะ แอปน้ำบาดาลไทยบนแอนดรอยด์ สำรวจพื้นที่น้ำบาดาลทั่วประเทศดูเพิ่มเติมได้ที่https://ww...

 #ວາງລະບົບສະປິງເກີ້ຫົດນໍ້າຕົ້ນໄມ້ ແລະ ລະບົບປິດເປີດນໍ້າບາດານແບບອໍໂຕ້, ບໍ່ຕ້ອງກັງວົນໄປປິດເປີດເບັກເກີ້ປໍ້ານໍ້າໃຫ້ເສຍເວລາ. #...
04/05/2022

#ວາງລະບົບສະປິງເກີ້ຫົດນໍ້າຕົ້ນໄມ້ ແລະ ລະບົບປິດເປີດນໍ້າບາດານແບບອໍໂຕ້, ບໍ່ຕ້ອງກັງວົນໄປປິດເປີດເບັກເກີ້ປໍ້ານໍ້າໃຫ້ເສຍເວລາ.

#ລະບົບກອງນໍ້າໂດຍໃຊ້ strainer ກອງຊາຍ ເພື່ອບໍ່ໃຫ້ຊາຍ ຫລື ຂີ້ເຫຍື້ອໄປອຸດຕັນຫົວສະປິງເກີ້.

#ສະເຕັບຕໍ່ໄປແມ່ນ ຕິດຕັ້ງລະບົບປິດເປີດຜ່ານມືຖື ແລະ ສາມາດຕັ້ງເວລາຫົດໄດ້

 # Power monitor ລະບົບໄຟ 3 ເຟສ.ນີ້ແມ່ນກ່ອງ Monitoring ການວັດກະແສໄຟ ຂອງການໃຊ້ໄຟຟ້າບ້ານຂອງທ່ານໂດຍມໍນີເຕີຜ່ານແອ໊ປສະແດງຂໍ້ມູ...
02/12/2021

# Power monitor ລະບົບໄຟ 3 ເຟສ.

ນີ້ແມ່ນກ່ອງ Monitoring ການວັດກະແສໄຟ ຂອງການໃຊ້ໄຟຟ້າບ້ານຂອງທ່ານໂດຍມໍນີເຕີຜ່ານແອ໊ປສະແດງຂໍ້ມູນເທິງມືຖືຂອງທ່ານແບບ real-time.(ບໍ່ວ່າທ່ານຈະຢູນອກບ້ານກໍ່ສາມາດເບິ່ງໄດ້ໂດຍໃຊ້ ມືຖືຜ່ານ internet). ຊຶ່ງເຮັດໃຫ້ເຮົາຮູ້ຂໍ້ມູນຂອງການໃຊ້ໄຟແຕ່ລະມື້ ອຸປະກອນໂຕໃດໃຊ້ໄຟຫນ້ອຍ-ຫລາຍ ຊຶ່ງເປັນການເຮັດໃຫ້ເຮົາສາມາດຄວບຄຸມການໃຊ້ໄຟຂອງເຮົາຢ່າງປະຫຍັດ ແລະ ມີປະສິດທິພາບ, ສົມມຸດວ່າ: ເຮົາເປີດແອຫນຶ່ງຫນ່ວຍຢູ່ຫ້ອງຮັບແຂກແຕ່12-5 ໂມງແລງ ມື້ຕໍ່ມາເຮົາເຊັກວ່າຈໍານວນເງິນໃຊ້ໄປແມ່ນ 30,000 ກີບ ໂດຍປົກະຕິຖ້າບໍ່ເປີດແອຈະໃຊ້ເງິນໄປ 15,000 ກີບ ສະແດງວ່າເຮົາເປີດແອຫ້ອງຮັບແຂກໃຊ້ເງິນໄປ15,000 ກີບຕໍ່ 5 ຊົ່ວໂມງ. ສະນັ້ນເຮົາຈຶ່ງສາມາດຮູ້ພະລັງງານ ແລະ ຈໍານວນເງິນທີ່ໃຊ້ໄປ ໂດຍເຮົາຮູ້ຂໍ້ມູນແບບນີ້ຈະເປັນການດີສໍາລັບເຮົາໃນການໃຊ້ໄຟຢ່າງປະຫຍັດ ແລະ ມີປະສິດທິພາບ. ( ນີ້ແມ່ນອຸປະກອນຍັງຢູ່ໃນການທົດສອບ ຖ້າມີຂໍ້ມູນອັນໃດຜິດພາດ ຈະໂພສ ບອກໃນຫົວຂໍ້ທັດໄປ). #ປ.ລ: ຖ້າໃຜມີຄວາມຮູ້ທາງດ້ານນີ້ ຄອມເມັນມາແຊຣ໌ ຄວາມຄິດນໍາກັນ ຍີນດີຍອມຮັບຄໍາຕິຊົມ ຂອບໃຈ.)

#ຄຸນສົມບັດ
1.ວັດແຮງດັນໄຟຟ້າ(Voltage) ຈັກໂວນ
2.ວັດກະແສໄຟຟ້າ(Ampere) ກິນໄຟຈັກແອມ.
3.ວັດກໍາລັງໄຟຟ້າ (Watt)ຈັກວັດ.
4.ວັດພະລັງງານໄຟຟ້າທີ່ໃຊ້ໄປຈັກ KWh
5.ວັດຄວາມທີ່ໄຟຟ້າຈັກ Hz(40/50).
6.ວັດຄ່າ pf
7.ຄໍານວນຈໍານວນເງິນໃຫ້ອັດຕະໂລມັດ
ໄລ່ໃຫ້ເປັນມື້ຕົກເປັນເງິນຈັກກີບ ສະຫລຸບເປັນເດືອນໃຫ້ ສູດຄິດໄລ່ແມ່ນ(ໂດຍອີງຕາມອັດຕາການຄິດໄລຂອງ ບ/ສ ໄຟຟ້າລາວ2021)ດັ່ງນີ້:

# 0-25 = 355 ກີບ
# 26-150 = 422 ກີບ
# 151-300 = 815 ກີບ
# 301-400 = 898 ກີບ
# 402-500 = 984 ກີບ
# 501 ຂຶ້ນໄປ = 1019 ກີບ

1 ຫນ່ວຍ = 1 KWh
#ການຄິດໄລ່ສະຫລຸບບິນ:

+ການໃຊ້ພະລັງງານລວມໃນເດືອນ=?
+ຄ່າບໍາລຸງຮັກສາ= 8,600 ກີບ
+ອາກອນມູນຄ່າເພີ່ມ10%

ນີ້ແມ່ນແອ໊ປ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການ ພັດທະນາ ໂດຍໂຄງການ SAMIS ທີອົງການ Food a...
26/11/2021

ນີ້ແມ່ນແອ໊ປ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການ ພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ແອ໊ປນີ້ສາມາດແຈ້ງຂ່າວ ລາຍອາທິດ ແບບອັດໂຕໂນມັດ ໃຫ້ທຸກໆເມືອງໃນທົວປະເທດ. ລາຍງານການພະຍາກອນອາກາດ, ຂໍ້ມູນໄພພິບັດອຸຕຸກະເສດ, ການຄາດຄະເນລະດູການ ແລະ ໃຫ້ຂໍ້ມູນ ວິທິກໍາຈັດສັດຕູພືດໃຫ້ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວ ສາມາດນຳໃຊ້ ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກທຸກເມືອງ. ການປັງປຸງການດຳເນີນງານ ຂອງ ລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີ ໂດຍ ພະແນກ ພູມອາກາດ ແລະອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະປ່າໄມ້.

#ລິງດາວໂຫລດສໍາຫລັບ iOS
https://apps.apple.com/th/app/lacsa/id1573693442

# ລິງດາວໂຫລດສໍາຫລັບ ແອນດອຍ
https://apkcombo.com/lacsa-laos-climate-services-for-agriculture/com.fao.lacsa_app/

Address

Dongpalap
Vientiane

Opening Hours

09:00 - 17:00

Telephone

02056787866

Website

Alerts

Be the first to know and let us send you an email when Lao Smart Home & Farming posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Lao Smart Home & Farming:

Share