31/01/2025
👉 3 ເຄັດລັບງ່າຍໆໃນການດູແລລູກຄ້າໃຫ້ຢູ່ກັບທຸລະກິດຂອງທ່ານໄປດົນໆ 👈
ການຮັກສາຄວາມພົວພັນທີ່ດີກັບລູກຄ້າບໍ່ແມ່ນເລື່ອງຍາກ! ລອງເຮັດຕາມ 3 ເຄັດລັບນີ້ເບິ່ງ👇
1️⃣ ຕິດຕາມລູກຄ້າຫລັງການຂາຍ
ຫຼັງຈາກລູກຄ້າຊື້ສິນຄ້າ/ບໍລິການ ສົ່ງຂໍ້ຄວາມຫຼືອີເມລ໌ຖາມວ່າລູກຄ້າພໍໃຈກັບສິນຄ້າຫຼືບໍ່ 🎁
ສະແດງຄວາມໃສ່ໃຈ ເຊັ່ນ: ສະເໜີວິທີໃຊ້ສິນຄ້າ ຫຼື ແກ້ໄຂບັນຫາຫາກມີຂໍ້ຜິດພາດ.
2️⃣ ໃຫ້ສິດທິພິເສດສຳລັບລູກຄ້າປະຈຳ
ມອບສິດທິພິເສດເຊັ່ນ: ສ່ວນຫຼຸດພິເສດ, ບັດສະສົມແຕ້ມ ຫຼື ຂອງຂວັນເລັກໆໜ້ອຍໆ 💌
ສິ່ງນີ້ຊ່ວຍເພີ່ມຄວາມປະທັບໃຈ ແລະ ກະຕຸ້ນໃຫ້ລູກຄ້າກັບມາຊື້ຊ້ຳ.
3️⃣ ສື່ສານຢ່າງຕໍ່ເນື່ອງ
ສົ່ງຂໍ້ມູນຂ່າວສານເຊັ່ນ: ໂປຣໂມຊັນໃໝ່ໆ ຫຼື ສິນຄ້າຫຼ້າສຸດ
ໃຊ້ social media ຫຼື ແຊັດເພື່ອສົນທະນາ ແລະ ສ້າງຄວາມສໍາພັນ📱
ການໃສ່ໃຈລູກຄ້າບໍ່ພຽງແຕ່ເຮັດໃຫ້ພວກກັບມາຊື້ຊ້ຳ ແຕ່ຍັງຊ່ວຍສ້າງແບຣນຂອງທ່ານໃຫ້ແຂງແຮງຂື້ນອີກດ້ວຍ! 💼✨
#ເຄັດລັບSME #ລູກຄ້າຄືຫົວໃຈ #ສ້າງຄວາມສໍາພັນ #ທຸລະກິດເຕີບໂຕ