07/07/2026
ໂຄງການໂຊລາເຊວທີ່ມີແບັດເຕີລີ່ ແຫ່ງທຳອິດ ໃນປະເທດລາວ "ຂະໜາດ 50MW ເຊບັ້ງໄຟ, ແຂວງຄຳມ່ວນ" ຍົກລະດັບພື້ນຖານໂຄງລ່າງພະລັງງານລາວ
ຢູ່ນະຄອນຫຼວງວຽງຈັນ ໃນວັນທີ 1 ມີນາ 2026 ທີ່ຜ່ານມາ, ໄດ້ມີການຈັດພິທີ ເພື່ອສະເຫຼີມສະຫຼອງ ຄວາມສຳເລັດ ແລະ ເລີ່ມ ຈຳຫນ່າຍກະແສໄຟຟ້າ ສຳລັບໂຄງການພະລັງງານໄຟຟ້າແສງຕາເວັນ ເຊບັ້ງໄຟ ແຂວງຄຳມ່ວນ ໄລຍະທີ 1 ຂະໜາດ 50 ເມກາວັດ (MW) ຢ່າງເປັນທາງການ.
ໂຄງການດັ່ງກ່າວ ຖືເປັນໂຄງການໄຟຟ້າແສງຕາເວັນແບບມີລະບົບກັກເກັບພະລັງງານ (PV-Storage) ແຫ່ງທຳອິດຂອງ ສປປ ລາວ ທີ່ຮ່ວມມືກັນຂອງ 2 ບໍລິສັດ YEIG ແລະ ASFC ຕັ້ງຢູ່ກວມເອົາພື້ນທີ່ເມືອງທ່າແຂກ ແລະ ເມືອງເຊບັ້ງໄຟ ແຂວງຄຳມ່ວນ, ເຊິ່ງເປັນໜຶ່ງໃນໂຄງການສຳຄັນພາຍໃຕ້ການຮ່ວມມືຂັ້ນລິເລີ່ມ "ໜຶ່ງແລວ ໜຶ່ງເສັ້ນທາງ" (Belt and Road Initiative) ບໍລິສັດໄດ້ນຳເອົາເຕັກໂນໂລຊີ ທີ່ທັນສະໄຫມເຂົ້າມານຳໃຊ້. ສຳລັບໂຄງການໃນໄລຍະທຳອິດ ແມ່ນມີກຳລັງການຕິດຕັ້ງ 50,1 ເມກາວັດ ພ້ອມດ້ວຍລະບົບກັກເກັບພະລັງງານຂະໜາດ 10 ເມກາວັດໂມງ (MWh).
ເມື່ອໂຄງການສຳເລັດສົມບູນ, ຄາດວ່າຈະສາມາດຜະລິດກະແສໄຟຟ້າໄດ້ເກືອບ 100 ລ້ານກິໂລວັດໂມງຕໍ່ປີ, ເຊິ່ງຈະຊ່ວຍຍົກລະດັບພື້ນຖານໂຄງລ່າງດ້ານພະລັງງານຂອງລາວຢ່າງມີປະສິດທິຜົນ ແລະ ຊ່ວຍບັນເທົາຂໍ້ຈຳກັດດ້ານການສະໜອງໄຟຟ້າພາຍໃນປະເທດ. ຜົນສຳເລັດໃນຄັ້ງນີ້ ເປັນຂີດໝາຍອັນສຳຄັນທີ່ສະແດງໃຫ້ເຫັນວ່າໂຄງການໄດ້ກ້າວເຂົ້າສູ່ໄລຍະໃໝ່ ຂອງການດຳເນີນງານຢ່າງເຕັມຮູບແບບ.
ໃນຂະນະດຽວກັນ, ໂຄງການນີ້ຍັງຈະກາຍເປັນແຮງຊຸກຍູ້ສີຂຽວ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງທ້ອງຖິ່ນ, ພ້ອມທັງສ້າງຮາກຖານອັນເຂັ້ມແຂງໃນການສ້າງ "ແລວທາງເສດຖະກິດຄາບອນຕໍ່າ" ລະຫວ່າງ ສປ ຈີນ ແລະ ສປປ ລາວ ໃນອະນາຄົດ.